Header Ads

Header ADS

ຜັກບົວລະພາ ເປັນຢາຊ່ວຍແກ້ບັນຫານອນບໍ່ຫຼັບ


ບົວລະພາເປັນອີກວິທີໜຶ່ງທີ່ຊ່ວຍເຮັດໃຫ້ຄົນທີ່ເປັນໂລກນອນບໍ່ຫຼັບສາມາດນອນຫຼັບໄດ້ງ່າຍໆ

ໃບບົວລະພາ
ພຽງແຕ່ເອົາໃບບົວລະພາສົດປະມານ 1 ກໍາມືລ້າງນໍ້າໃຫ້ສະອາດຕົ້ມກັບນໍ້າສະອາດເຄິ່ງລິດຈົນຟົດ ຕົ້ມໃຫ້ເຫຼືອປະມານ ¾ ຂອງຈອກແກ້ວ ດື່ມຂະນະອຸ່ນໆກ່ອນຈະເຂົ້ານອນ ຈະຊ່ວຍໃຫ້ນອນຫຼັບໄດ້ ໃຜທີ່ເປັນໂລກນອນບໍ່ຫຼັບທົດລອງເບິ່ງໄດ້ ບໍ່ມີອັນຕະລາຍໃດໆ ແລະ ຫາກໄດ້ຜົນກໍ່ສາມາດຕົ້ມດື່ມໄດ້ເລື້ອຍໆ ແຕ່ຖ້າບໍ່ໄດ້ຜົນກໍ່ຢຸດດື່ມທັນທີ. ປະໂຫຍດທາງສະໝຸນໄພໝົດຕົ້ນສົດກະເອົາຈຳນວນພໍປະມານຕົ້ມນໍ້າດື່ມແກ້ປວດ, ແກ້ຫວັດ, ຖອກທ້ອງ,ຈະເລີນອາຫານ,


 ຂັບເຫງື່ອ, ແກ້ອາການໄອ, ຂັບລົມ, ປວດຫົວ, ປວດຂໍ້, ໜອງໄນ ໃບສົດຕຳລະອຽດຄັ້ນເອົາແຕ່ນໍ້າ ຫຼື ກາກທາຫຼືພອກບາດແຜຊໍ້າຂຽວ ແຜເປັນໜອງຊໍ້າເຮື້ອ ແລະ ແມງໄມ້ກັດຕອດ ເມັດແຫ້ງຕົ້ມ ຫຼື ແຊ່ນໍ້າດື່ມເປັນຢາລະບາຍ, ແກ້ໂລກຕາແດງ ຮາກສົດ ຫຼື ແຫ້ງເຜົາໄຟໃຫ້ເປັນຂີ້ເຖົ່າ ບົດລະອຽດຟອກແຜຊໍ້າເຮື້ອຈະໄດ້ຜົນດີຫຼາຍ


ທີ່ມາ:http://www.kidork.com

ไม่มีความคิดเห็น

ขับเคลื่อนโดย Blogger.