Header Ads

Header ADS

ຊົມເຊີຍເຈົ້າຫນ້າທີ່! 1ປີສາມາດຕ້ານ-ສະກັດກັ້ນສິນຄ້າໜີພາສີໄດ້ຫຼາຍກວ່າ 5 ພັນຄະດີ

     ໃນ​ໜຶ່ງ​ປີຜ່ານມາ​ຂະແໜງ​ພາສີ​ທົ່ວ​ປະເທດ ໄດ້​ເອົາໃຈໃສ່​ຈັດຕັ້ງ​ປະຕິບັດ​ຕາມ​ພາລະ​ບົດບາດວຽກ​ງານ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ໂດຍ​ສະເພາະວຽກ​ງານ​ຕ້ານ ແລະ ສະກັດ​ກັ້ນ​ການ​ລັກລອບສິນຄ້າ​ໜີ​ພາສີ ເຫັນ​ວ່າສາມາດຈັບ​ຜູ້​ລັກລອບ​ນຳ​ເຂົ້າ​ສິນຄ້າ​ໜີພາສີໄດ້​ຫຼາຍ​ກວ່າ 5 ພັນ​ຄະດີ.


      ອີງ​ຕາມ​ບົດ​ສະຫຼຸບ​ຕີ​ລາຄາການຈັດຕັ້ງ​ປະຕິບັດ​ວຽກ​ງານປີ 2017 ຂອງ​ຂະແໜງ​ພາສີ​ທົ່ວ​ປະເທດ​ໄດ້​ໃຫ້​ຮູ້​ວ່າ: ໃນ​ປີ 2017 ຜ່ານ​ມາ ຂະແໜງ​ພາສີ​ທົ່ວ​ປະເທດ​ໄດ້​ມີ​ຄະດີ​ເກີດ​ຂຶ້ນ ທັງ​ໝົດ 5.044 ຄະດີ ໃນ​ນັ້ນ ພາຫະນະ ຈຳນວນ 4.067 ຄະດີໄມ້ ຈຳນວນ 252 ຄະດີ ຄະດີ​ທົ່ວ​ໄປ ຈຳນວນ 725 ຄະດີ ສາມາດ​ຈັດເກັບ​ລາຍ​ຮັບໄດ້​ຄືນ​ທັງ​ໝົດ 34 ຕື້​ກວ່າ​ກີບ ໃນ​ນັ້ນ ຄ່າ​ປັບ​ໃໝ​ຈຳນວນ 14 ຕື້​ກວ່າ​ກີບ ຍັງ​ຄ້າງ​ສະ​ສາງ ຈຳນວນ 226 ຄະດີ (ພາຫະນະ​ຈຳນວນ 83 ຄະດີ ໄມ້​ຈຳນວນ 99 ຄະດີ ຄະດີ​ທົ່ວ​ໄປ 44 ຄະດີ).

      
    ສຳລັບ​ປີຜ່ານມາ ມີ​ສະພາບພົ້ນ​ເດັ່ນ ຄື: ກວດ​ຢຶດ​ພາຫະນະລັກລອບ ທີ່​ນະຄອນຫຼວງ​ວຽງ​ຈັນ ແຂວງ​ຫຼວງ​ພະ​ບາງ ສະຫວັນ​ນະເຂດ ຈຳນວນ 121 ຄະດີ ກວດ​ຢຶດໄມ້​ລັກລອບ​ສົ່ງ​ອອກ​ຜິດ​ກົດໝາຍທີ່​ດ່ານ​ພາສີ​ສາກົນ​ນາ​ເພົ້າ ແດນສະຫວັນ ນ້ຳ​ພ້າວ ນ້ຳ​ກັນ ລະ​ໄລ ພູ​ເກືອ ແລະ ບໍ່​ເຕັນ ຈຳນວນ 186 ຄະດີ ສົມທົບ​ພາກສ່ວນ​ກ່ຽວຂ້ອງ​ກວດກາ​ຢຶດ​ຢາ​ເສບ​ຕິດ​ຢູ່ແຂວງ​ບໍ່​ແກ້ວ ແລະ ຫຼວງ​ນ້ຳ​ທາ 2 ຄະດີ ເປັນ​ປະເພດ​ຢາ​ບ້າ ຈຳນວນ 3 ລ້ານ​ກວ່າ​ເມັດ ສ່ວນດ່ານ​ພາສີ​ສາກົນ​ຂົວ​ມິດຕະພາບ 1 ກວດ​ຢຶດ​ເງິນສົດ​ນຳ​ເຂົ້າ​ເກີນລະບຽບ​ທະນາຄານ​ກຳນົດ 8 ຄະດີ ເປັນ​ຈຳນວນ 15 ລ້ານ​ກວ່າບາດ ສັດ​ນ້ອຍ​ມີ​ຊີວິດ 1 ຄະດີ ອາວຸດ​ປືນ ແລະ ກະສຸນ ຈຳນວນ 2 ຄະດີ ແລະ ກວດ​ຢຶດ​ການ​ລັກລອບ​ຂົນສົ່ງ​ຊິ້ນ​ສ່ວນ​ສັດ​ຫວງຫ້າມ 2 ຄະດີ ປະເພດ​ນໍ​ແຮດ ຈຳນວນ 18 ທ່ອນ ຜ່ານ​ດ່ານ​ພາສີ​ສາກົນ​ສະໜາມ​ບິນ​ວັດ​ໄຕ.




ไม่มีความคิดเห็น

ขับเคลื่อนโดย Blogger.