Header Ads

Header ADS

ຝ່າຍລາວ ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງ ແລະ ຢຸດເຊົາການດຳເນີນກິດຈະການຕ່າງໆບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ

     
       ກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ກຳປູເຈຍ ຄັ້ງທີIII ຫຼື GBC ລາວ- ກຳປູເຈຍ ຈັດຂຶ້ນໃນລະຫວ່າງ ວັນທີ 23-26 ທັນວາ 2017 ຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານພົນຈັດຕະວາ ສີພັນ ພຸດທະ ວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ປະທານຄະນະ ກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປລາວ-ກຳປູເຈຍ ແລະ ທ່ານພົນໂທ ເສຍໂຊຈຽດ ຮອງເສນາທິການຮ່ວມ, ຫົວໜ້າ ກົມກິດຈະການຊາຍແດນກອງ ບັນຊາການທະຫານສູງສຸດ, ປະທານຄະນະກຳມະການຮ່ວມ ມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປກຳປູ ເຈຍ-ລາວ ພ້ອມດ້ວຍຄະນະກຳ ມະການ ແລະ ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງນີ້ ແມ່ນປະຕິບັດຕາມບົດບັນ ທຶກການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ- ກຳປູເຈຍ ແລະ ບົດບັນທຶກກອງ ປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປລາວ-ກຳ ປູເຈຍຄັ້ງທີ II ເຊິ່ງກອງປະຊຸມ ຄັ້ງທີ III ນີ້, ສອງຝ່າຍໄດ້ປຶກສາ ຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ເຫັນດີຮ່ວມກັນບາງບັນຫາ ດັ່ງນີ້.
  1. ສອງຝ່າຍສະໜັບສະໜູນຕໍ່ຖະ ແຫຼງການຮ່ວມລະຫວ່າງນາຍົກ ລັດຖະມົນຕີແຫ່ງສາທາລະນະ ລັດ ປະຊາທປະໄຕ ປະຊາຊົນ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນວັນທີ 12 ສິງຫາ 2017 ທີ່ ນະຄອນຫຼວງວຽງຈັນ ແລະ ການພົບປະສອງຝ່າຍໃນວັນທີ 1 ກັນຍາ 2017 ຜ່ານມາທີ່ນະຄອນ ຫຼວງພະນົມເປັນ, ເຊິ່ງທັງສອງ ນາຍົກລັດຖະມົນຕີເຫັນດີໃຫ້ ຖອນກຳລັງຂອງທັງສອງຝ່າຍ ອອກຈາກພື້ນທີ່ຊາຍແດນບໍລິ ເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບເມືອງ ແສນປາງ ແຂວງ ຊຽງແຕງ ຣາຊະອານາຈັກກຳປູ ເຈຍ ເຊິ່ງເປັນບໍລິເວນຊາຍແດນ ທີ່ຍັງຄົງຄ້າງມິດຕະພາບຮ່ວມ ກັນ, ເຫັນດີໃຫ້ຄະນະກຳມະການ ຊາຍແດນຮ່ວມລາວ-ກຳປູເຈຍ ລົງສຳຫຼວດ ແລະ ປັກຫຼັກໝາຍ ຊາຍແດນຢູ່ບໍລິເວນດັ່ງກ່າວ ຮ່ວມກັນໂດຍໄວ.
  2. ກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍຄັ້ງທີ III ນີ້ຝ່າຍ ລາວໄດ້ສະເໜີໃຫ້ຝ່າຍກຳປູເຈຍ ຖອນກຳລັງທັງໝົດ ແລະ ຢຸດ ເຊົາການດຳເນີນກິດຈະການ ຕ່າງໆຢູ່ບໍລິເວນຊາຍແດນ ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ ທີ່ຍັງເປັນ ບໍລິເວນຊາຍແດນທີ່ຄົງຄ້າງ ແລະ ສະເໜີໃຫ້ຄະນະກຳມະການ ເຕັກນິກຊາຍແດນຮ່ວມລາວ- ກຳປູເຈຍ, ກຳປູເຈຍ-ລາວ ລົງ ສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນຮ່ວມກັນໂດຍໄວຕາມການ ຕົກລົງຂອງສອງນາຍົກລັດຖະ ມົນຕີລາວ-ກຳປູເຈຍ.
  3. ຝ່າຍລາວສະເໜີໃຫ້ຝ່າຍກຳ ປູເຈຍຍົກຍ້າຍການກໍ່ສ້າງເຮືອນ ທີ່ເລິກເຂົ້າມາໃນດິນລາວຈຳ ນວນ 3 ຫຼັງ ແລະ ຕິດເສັ້ນຊາຍ ແດນຈຳນວນ 6 ຫຼັງ ຢູ່ບໍລິເວນ ຫຼັກໝາຍຊາຍແດນທີ່ສອງຝ່າຍ ໄດ້ເອກະພາບປັກຫຼັກໝາຍສຳ ເລັດແລ້ວ.
  4. ນອກນັ້ນສອງຝ່າຍເຫັນດີເປັນ ເອກະພາບໃນການປົກປັກຮັກ ສາຄວາມສະຫງົບ,ຄວາມເປັນ ລະບຽບຮ້ອຍຕາມຊາຍແດນ ຂອງສອງປະເທດ.ແຕ່ວ່າກອງປະຊຸມຄະນະກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ກຳປູເຈຍ ຄັ້ງນີ້ບໍ່ ໄດ້ລົງນາມຮ່ວມກັນ, ຍ້ອນເຫດ ຜົນສອງຝ່າຍຍັງມີຄວາມຄິດ ເຫັນທີ່ແຕກຕ່າງກັນ ; ສະນັ້ນສອງ ຝ່າຍຍັງຈະໄດ້ສືບຕໍ່ລາຍງານຂໍ ທິດຊີ້ນຳຈາກຂັ້ນເທິງຂອງຕົນ ເພື່ອຮ່ວມກັນແກ້ໄຂໂດຍສັນຕິວິ ທີ ໂດຍໄວ.       


ແຫຼ່ງທີ່ມາ: ຈາກຫນັງສືພິມກອງທັບປະຊາຊົນລາວ
——————————————————-

ไม่มีความคิดเห็น

ขับเคลื่อนโดย Blogger.