Header Ads

Header ADS

ສຸດເສົ້າສາວລາວ ຖືກຂະບວນຄ້າມະນຸດຕົວຍົວະໄປ ບັງຄັບຄ້າປະເວນີ ເປັນເວລາກວ່າ 1 ປີ 2 ເດືອນທີ່ປະເທດໄທ ກ່ອນຖືກຊ່ວຍກັບຄືນສູ່ປະເທດ

 
      ຕາມການລາຍງານຂອງຫນັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ໄດ້ຮັບຜູ້ຖືກເຄາະຮ້າຍໃນການຄ້າມະນຸດ 1 ຄົນ ຈາກກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ (ປະເທດໄທ)ທີ່ຊ່ວຍເຫຼືອໄດ້ຢູ່ຮ້ານບັນເທິງແຫ່ງໜຶ່ງຢູ່ປະເທດໄທ ໃນວັນທີ 19 ຕຸລາ 2017 ຢູ່ສູນດັ່ງກ່າວ ເພື່ອໃຫ້ກັບຄືນສູ່ຄອບຄົວ ແລະ ສັງຄົມ, ໂດຍມີບັນດາພາກສວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານການສອບສວນ ຜູ້ຖືກເຄາະຮ້າຍ ຊື່ ນາງ ບຸນຫຼາຍ (ນາມສົມມຸດ) ຜູ້ກ່ຽວສາລະພາບວ່າ: ກ່ອນຖືກນາຍໜ້າຕົວະຍົວະມາຂາຍຄັ້ງນີ້ ຍ້ອນໄດ້ອອກຈາກໂຮງຮຽນ ເພາະວ່າຄອບຄົວທຸກຍາກ ໃນຄອບຄົວມີອ້າຍ-ນ້ອງນຳກັນ 4 ຄົນ ເຊິ່ງຕົນເປັນຄົນທີ 3, ຫາກຮຽນຈົບມັດທະຍົມ ກໍບໍ່ມີເງິນສົ່ງຮຽນຕໍ່ ແລະ ຜູ້ເປັນແມ່ກະບໍ່ສະບາຍ ແລະ ມີຄ່າໃຊ້ຈ່າຍສູງໃນການປິນປົ່ວ, ເມື່ອຮຽນຮອດມໍ 6 ໃນປີ 2016 ຈຶ່ງອອກໂຮງຮຽນ ໄປເປັນກຳມະກອນຂາຍເຄື່ອງແຫ່ງໜຶ່ງ ເພື່ອແບ່ງເບົາພາລະຂອງຄອບຄົວ ແລະ ຫາເງິນປິນປົ່ວແມ່, ພາຍຫຼັງເຮັດວຽກໄດ້ປະມານ 2 ເດືອນ ມີຍິງຄົນໜຶ່ງ (ຄົນໄທ) ມາຖາມວ່າ: ໄປເຮັດວຽກຢູ່ປະເທດໄທບໍ ໄດ້ຮັບຄ່າຈ້າງເດືອນລະ 10.000 ບາດຂຶ້ນໄປ ຖ້າຢູ່ດົນເງິນເດືອນຈະສູງຂຶ້ນເລື່ອຍໆ, ວຽກທີ່ເຮັດແມ່ນຢູ່ນຳຮ້ານອາຫານ (ເສີບ), ສ່ວນເອກະສານເດີນທາງແມ່ນຈະແລ່ນໃຫ້.
        ພາຍຫຼັງຕົກລົງກັນແລ້ວ ມາວັນທີ 27 ມິຖຸນາ 2016 ໄດ້ຂີ່ລົດເມໂດຍສານຂ້າມຂົວມິດຕະພາບ ລາວ-ໄທ 1 ເມື່ອໄປຮອດ ໄດ້ໂທຫາຍິງຄົນນັ້ນມາຮັບ ແລ້ວພາຂີ່ລົດໄປປະມານ 3-4 ຊົ່ວໂມງ ໄປສົ່ງຢູ່ຮ້ານກິນດື່ມແຫ່ງໜຶ່ງ (ຮ້ານເຫຼົ້າ) ພໍແຕ່ໄປຮອດ, ໄດ້ເລີ່ມເຮັດວຽກມື້ທໍາອິດ ກໍຖືກເຈົ້າຂອງຮ້ານບັງຄັບໃຫ້ເສີບເຫຼົ້າ-ເບຍໃຫ້ແຂກ ແລະ ບັງຄັບໃຫ້ຂາຍປະເວນີ ໂດຍໃຫ້ນອນນຳຊາຍມື້ລະຫຼາຍຄົນ ແຕ່ເງິນບໍ່ໄດ້; ນອກນີ້, ເຈົ້າຂອງຮ້ານຍັງໄດ້ບັງຄັບໃຫ້ຂຶ້ນເຕັ້ນໂຊຢູ່ເວທີ ໂດຍມີລັກສະນະເປືອຍໝົດກາຍ, ຮ້ານດັ່ງກ່າວຈະປິດໃນເວລາ 5 ເຊົ້າທຸກມື້, ເມື່ອປິດຮ້ານແລ້ວ ຕົນກໍຖືກກັກຂັງໃສ່ໂສ້ມັດ ແລະ ມີຄົນເຝົ້າຍາມຕະຫຼອດເວລາບໍ່ໃຫ້ອອກໄປໃສເດັດຂາດ ເຊິ່ງໄດ້ໃຊ້ຊີວິດທໍລະມານທັງກາຍ ແລະ ໃຈ ເປັນເວລາ 1 ປີ 2 ເດືອນ.
      ມາວັນທີ 18 ສິງຫາ 2017 ທາງເຈົ້າໜ້າທີ່ໜ່ວຍງານປາບປາມການຄ້າມະນຸດ ປະເທດໄທ ໄດ້ເຂົ້າກວດຄົ້ນຮ້ານດັ່ງກ່າວ ຈຶ່ງສາມາດຊ່ວຍຜູ້ຖືກເຄາະຮ້າຍອອກມາ ແລ້ວນຳຕົວສົ່ງສູນຮັບຕ້ອນບ້ານເກດຕະການ (ປະເທດໄທ) ເພື່ອປິນປົ່ວຈິດໃຈ ແລະ ຮ່າງກາຍໃຫ້ແຂງແຮງ ກ່ອນນຳຕົວສົ່ງໃຫ້ກັບທາງການລາວ ເພື່ອໃຫ້ຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມອີກຄັ້ງ.
       ຕໍ່ກັບເຫດການດັ່ງກ່າວນີ້: ເຈົ້າໜ້າທີ່ກ່ຽວຂ້ອງຍັງຈະເພີ່ມທະວີການປາບປາມ ແລະ ສະກັດກັ້ນການຄ້າມະນຸດ ແລະ ເພີ່ມການຮ່ວມມືຂອງສອງຝ່າຍໃຫ້ດີຂຶ້ນກວ່າເກົ່າ ພ້ອມນີ້ຍັງຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ແລະ ອຳນາດການປົກຄອງທຸກຂັ້ນ ຊ່ວຍກັນເປັນສ່ວນຮ່ວມໃນການສະກັດກັ້ນວຽກງານດັ່ງກ່າວ ຖ້າໃຜພົບເຫັນພຶດຕິກຳຂອງກຸ່ມຄົນບໍ່ດີ ໃນການເຄື່ອນໄຫວໂຄສະນາເກີນຄວາມຈິງ ໃຫ້ແຈ້ງເຂົ້າເບີ 1300 ເພື່ອໃຫ້ບໍ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ.

ຈົບຂ່າວ
       

ไม่มีความคิดเห็น

ขับเคลื่อนโดย Blogger.