Header Ads

Header ADS

ໃນປີ 2018 ປີນີ້ ອັດຕະປືຈະສຸ່ມແກ້ລະເມີດວິໄນການເງິນຂອງພະນັກງານ ເພື່ອລາຍຮັບບັນລຸ 74 ຕື້ກວ່າກີບ

        
        ໂດຍໃຫ້ຄວາມຫວັງລາຍຮັບຈາກ 2 ຂະແໜງການໃຫຍ່ເປັນຕົ້ນ ຈາກສ່ວຍສາອາກອນ 60 ຕື້ກວ່າກີບ ແລະຂະແ ໜງຊັບສິນໃຫ້ໄດ້ 13 ຕື້ກວ່າກີບ ຂະນະທີ່ໃນປີ 2017 ຜ່ານມາແຂວງ ດັ່ງກ່າວປະຕິບັດລາຍຮັບໄດ້ບໍ່ເຖິງເຄິ່ງໜຶ່ງ ຂອງແຜນການປີ.     ໃນປີ 2018 ນີ້ແຂວງອັດຕະປື ຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານພູດຂອງທ້ອງຖິ່ນໃຫ້ໄດ້ 74 ຕື້ກວ່າກີບ,



         ທ່ານນາງ ໄຍຄໍາ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ກ່າວຢັ້ງຢືນຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອັດ ຕະປື ຊຸດທີ I ຫວ່າງບໍ່ດົນຜ່ານມານີ້ວ່າ: ເພື່ອບັນລຸຕາມແຜນການ ທີ່ວາງໄວ້ທາງ ແຂວງ ໂດຍສະເພາະພະແນກການເງິນ ຂອງແຂວງອັດຕະປືໄດ້ວາງກົນໄກ ແລະບັນດາມາດຕະການ ໃນການຈັດຕັ້ງປະຕິບັດເປັນຕົ້ນແມ່ນການຜັນຂະຫຍາຍ ແລະຈັດສັນງົບປະມານແຫ່ງລັດຂອງບັນດາຂະແໜງ ການ ແລະ 5 ຕົວເມືອງຕ້ອງອີງ ໃສ່ຜົນສໍາເລັດ ແລະຂໍ້ຄົງຄ້າງໃນການຈັດຕັ້ງແຜນງົບປະມານແຫ່ງລັດໄລຍະຜ່ານ ມາ.
         ທັງນີ້ ແຂວງຈະເລັງໃສ່ການສ້າງສະ ພາບຄຸ້ມຄ້ອງດ້ານການເງິນງົບປະມານ ໃຫ້ເໝາະສົມ, ເອົາໃຈໃສ່ກວດກາ ຄືນ ແລະວິໄຈຖານຂໍ້ມູນລາຍຮັບລາຍຈ່າຍທີ່ຈຳ ເປັນເພື່ອຮັບປະກັນໃຫ້ແກ່ການສ້າງ ແລະ ຂະຫຍາຍຖານລາຍຮັບ, ຄຸ້ມຄອງການເກັບລາຍຮັບເພື່ອຂຸດຄົ້ນ ແລະລາຍຮັບທີ່ບົ່ມຊ້ອນ, ຄຸ້ມຄອງລາຍຈ່າຍແກ້ໄຂສະພາບການລະເມີດວິ ໃນການເງິນ ແລະບັນ ດາປະກົດການຫຍໍ້ທໍ້ໃຫ້ຫຼຸດລົງ.

         ພ້ອມດຽວກັນນີ້ກໍຮັບປະກັນບໍລິຫານລາຍຈ່າຍງົບປະມານໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວ ຂ້ອງ, ປະຕິບັດລາຍຈ່າຍບົນພື້ນຖານທີ່ມີແຫຼ່ງລາຍຮັບ, ປະຢັດ, ສ້າງພື້ນຖານການເກັບລາຍຮັບສ່ວຍສາອາກອນ ໃຫ້ມີຄວາມເຂັ້ມແຂງ ແລະມີຄວາມຍືນຍົງ ພັດທະນາຂະແໜງ ການເງິນໃຫ້ເປັນທັນສະໄໝ, ສ້າງ ແລະພັດທະນາ ບຸກຄະລາກອນຂະແໜງການ ເງິນໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະມີຄວາມຮູ້ຄວາມສາມາດດ້ານວິຊາ ສະເພາະ, ການສ້າງແຜນລາຍຈ່າຍງົບປະມານແຫ່ງລັດຕ້ອງຄິດໄລ່ຢ່າງລະອຽດ ຮອບຄອບ, ສືບຕໍ່ມາດຕາການ ແລະຊຸກ ຍູ້ແກ້ໄຂບັນດາໜີ້ສິນຄ້າງມອບພັນທະຂອງບັນດາຜູ້ປະກອບການດ້ານທຸລະກິດໃຫ້ສຳເລັດຂາດຕົວທ່ານ ນາງ ໄຍຄໍາ ສີຊານົນ ກ່າວ.
 
        ຢ່າງໃດກໍຕາມ ໃນປີ 2017 ຜ່ານມາ ອິີງຕາມຂໍ້ມູນທີ່ເປີດເຜີຍໂດຍທ່ານ ບຸນທະມະລີ ໝັ້ນອານົງ ຫົວໜ້າພະ ແນກການເງິນແຂວງກ່ອນໜ້ານີ້ລະບຸຕົວເລກລາຍຮັບໃນຕະຫຼອດ 11 ເດືອນປະຕິບັດໄດ້ພຽງ 64 ຕື້ກວ່າກີບ ເທົ່າ ກັບ 47,19% ຂອງແຜນການໝົດປີ ຊຶ່ງຕົວເລກ 74 ຕື້ກວ່າກີບ ໃນປີນີ້ກໍນັບວ່າເປັນໂຈດໃຫຍ່ພໍສົມຄວນໃຫ້ກັບ ແຂວງທີ່ຈະສູ້ຊົນໃຫ້ບັນລຸຕາມແຜນການທີ່ວາງໄວ້.

ທີ່ມາ: ເສດຖະກິດ-ສັງຄົມ

ไม่มีความคิดเห็น

ขับเคลื่อนโดย Blogger.