Header Ads

Header ADS

ອອກມາແລ້ວເຮັດດີເດີ້..!!! ແຂວງວຽງຈັນ ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ 400 ກວ່າຄົນ

   
        ໃນວັນທີ 26 ທັນວາ 2017 ຜ່ານມາແຂວງວຽງຈັນໄດ້ຈັດພິທີຜ່ອນໂທດອະໄພຍະໂທດເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ ຂຶ້ນຢູທີ່ຄ້າຍຄຸມຂັງດັດສ້າງແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຂັນ ທະວີ ວິໄລສັກຫົວໜ້າອົງການໄອຍະການປະຊາຊົນ ແຂວງວຽງຈັນ.ເຂົ້າຮ່ວມມີບັນດາທ່ານໃນຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດ,ຜ່ອນໂທດແລະປ່ອຍຕົວ.
   
         ທ່ານ ຄຳໃບ ທຳມະວົງ  ຮອງປະທານສານປະຊາຊົນແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈຳປີ 2017 ນັກໂທດທັງໝົດໃນທົ່ວ ແຂວງວຽງຈັນມີຈຳນວນ 439 ຄົນ,ຍິງ 63 ຄົນ ໃນນີ້ມີຕ່າງປະເທດ 2 ຄົນ.ນັກໂທດຂໍ້ຫາຢາເສບຕິດມີຈຳນວນ 330 ຄົນ,ຍິງ 55 ຄົນ ຕ່າງປະເທດ 2 ຄົນ,ນັກໂທດຂໍ້ຫາທົ່ວໄປ 109 ຄົນ,ຍິງ 8 ຄົນ.

   ນັກໂທດທີ່ໄດ້ຮັບອະໄພຍະໂທດຕາມດຳລັດຂອງປະທານປະເທດປະຈຳປີ 2017 ມີຈຳນວນ 87 ຄົນ,ຍິງ 15 ຄົນ ໃນນີ້ນັກໂທດທີ່ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດມີຈຳນວນ 75 ຄົນ,ຍິງ 14 ຄົນ ໃນນີ້ນັກໂທດຂໍ້ຫາຢາເສບຕິດ ມີ 72 ຄົນ,ຍິງ 12 ຄົນ,ນັກໂທດຂໍ້ຫາທົ່ວໄປ 3 ຄົນ.ນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍຕົວມີ 12 ຄົນ ຍິງ 1 ໃນນີ້ມີແຕ່ຂໍ້ຫາຢາເສບຕິດ.ການອະໄພຍະໂທດໃນຄັ້ງນີ້ແມ່ນເປັນການປະຕິບັດນະໂຍບາຍມະນຸດສະທຳດ້ວຍການຜ່ອນໂທດ ແລະ ການປ່ອຍຕົວນັກໂທດຕາມລັດຖະດຳລັດຂອງປະທານປະເທດເນື່ອງໃນໂອກາດວັນສຳຄັນຂອງຊາດກໍຄືວັນຊາດໃນແຕ່ລະປີ.

ທີ່ມາ: ເສດຖະກິດ-ສັງຄົມ

ไม่มีความคิดเห็น

ขับเคลื่อนโดย Blogger.