Header Ads

Header ADS

ນ້ຳອະສຸຈິ ກິນໄດ້ ແທ້ຫຼືບໍ່ ມາເບີ່ງຄຳຕອບໄປພ້ອມໆກັນເລີຍ.





ຫຼາຍຄົນ ເຊື່ອວ່າຕ້ອງເຄີຍຖືກຝ່າຍຊາຍໃຫ້ກິນນໍ້າຮັກ ຫຼື ນໍ້າອະສຸຈິ ເມື່ອຝ່າຍຊາຍຂໍຫາກຊິບໍ່ຍອມ ກະຕ້ອງເຮັດໃຫ້ອີກຝ່າຍຮູ້ສຶກບໍ່ດີ ດ້ວຍເຫດນີ້ຜູ້ຍິງຫຼາຍຄົນຈຶ່ງໄດ້ມີໂອກາດຮູ້ລົດຊາດຂອງນໍ້າອະສຸຈິ ແລະ ຫຼັງກິນໄປແລ້ວເກີດຄວາມວິຕົກກັງວົນຕ່າງໆນາໆ ຈະຖືພາບໍ, ຈະຕິດເຊື້ອຫຍັງບໍ ແລະ ວັນນີ້ເຮົາມາຫາຄໍາຕອບໄປພ້ອມໆກັນ…

ນໍ້າອະສຸຈິ ຫຼື Semen, seminal fluid ເປັນສານປະກອບອິນທຣີແຫຼວ ທີ່ອາດຈະມີຕົວອະສຸຈິຢູ່ ເປັນນໍ້າທີ່ປ່ອຍອອກຈາກອະໄວຍະວະສ້າງເຊລສືບພັນ ແລະ ຈາກອະໄວຍະວະທາງເພດ. ນໍ້າອະສຸຈິມີອົງປະກອບອື່ນໆ ນອກຈາກໂຕອະສຸຈິແລ້ວຍັງມີ ເອນໄຊຕ່າງໆ ແລະ ນໍ້າຕານປະເພດ ຟຣັກໂທສ ທີ່ຊ່ວຍລ້ຽງໂຕອະສຸຈິໃຫ້ຢູ່ຫຼອດໄດ້ ແລະ ເປັນສື່ເພື່ອໂຕອະສຸຈິຈະເຄື່ອນໄຫວ ຫຼື ລອຍນໍ້າ ໄປໄດ້. ນໍ້າອະສຸຈິເກີດຈາກຕ່ອມສ້າງນໍ້າລ້ຽງອະສຸຈິ ຫຼື ມີຊື່ວ່າ ຖົງນໍ້າອະສຸຈິ, ຖົງພັກນໍ້າອະສຸຈິ ສ່ວນຂະບວນການທີ່ນໍາໄປການປ່ອຍນໍ້າອະສຸຈິເອີ້ນວ່າ ການຫຼັ່ງນໍ້າອະສຸຈິໃນມະນຸດ. ນໍ້າອະສຸຈິເປັນຂອງແຫຼວສີຂາວຂຸ້ນທີ່ປ່ອຍອອກໂດຍຜູ້ຊາຍ ເມື່ອເຖິງຈຸດສຸດຍອດ ໃນເວລາມີເພດສໍາພັນ ເມື່ອຂັບອອກຈາກທໍາມະຊາດທີ່ເອີ້ນວ່າຝັນປຽກ ໂດຍຈະມີການປ່ອຍນໍ້ອະສຸຈິແຕ່ລະເທື່ອປະມານ 3-4 ຊີຊີ ມີຈໍນວນໂຕອະສຸຈິສະເລ່ຍ ປະມານ 300-500 ລ້ານໂຕ.



ສໍາລັບຄໍາຕອບທີ່ວ່າ ນໍ້າອະສຸຈິກິນໄດ້ຫຼືບໍ່? ຄໍາຕອບຄື ຫາກເປັນຄູ່ຮັກດຽວບໍ່ປ່ຽນຄູ່ນອນ ແລະ ຜ່ານການກວດສອບສຸຂະພາບມາແລ້ວວ່າຝ່າຍຊາຍບໍ່ໄດ້ມີພະຍາດຕິິດຕໍ່ຮ້າຍແຮງ ກໍ່ສາມາດກິນໄດ້ ແຕ່ຖ້າຫາກປ່ຽນຄູ່ນອນຕະຫຼອດບໍ່ຄວນກິນ ເພາະອາດມີເຊື້ອປົນເປື້ອນກັບອະສຸຈິໄດ້, ຖ້າກິນນໍ້າອະສຸຈິແລ້ວຈະເຮັດໃຫ້ຜິວງາມ ຫຼຸດສິວ ແມ່ນແທ້ບໍ ຄໍາຕອບຄື ບໍ່ໄດ້ຊ່ວຍຫຍັງໃນເລື່ອງຂອງຜິວພັນ ເພາະການຮັກສາຜິວໜ້້າ, ຜິວກາຍໃຫ້ສະອາດ ນອນພັກຜ່ອນໃຫ້ພຽງພໍຕ່າງກໍ່ເຮັດໃຫ້ຜິວງາມ ແລະ ສຸດທ້າຍກິນນໍ້າອະສຸຈິແລ້ວຈະຖືພາບໍ ຄໍາຕອບຄື ບໍ່ມີຜົນຕໍ່ການຖືພາ ເພາະເມື່ອເຮົາກິນເຂົ້າໄປຈະຜ່ານຂະບວນການຍ່ອຍຕ່າງໆ ແລະ ດູດຊືມເຂົ້າສູ່ເຊລ ບໍ່ໄດ້ຜ່ານໄປປະສົມກັບໄຂ່ແຕ່ຢ່າງໃດຈຶ່ງບໍ່ເຮັດໃຫ້ຖືພາ


ທີ່ມາ: ສຸຂະພາບ ອັບເດດ | Health Update 

ไม่มีความคิดเห็น

ขับเคลื่อนโดย Blogger.