Header Ads

Header ADS

ຍີ່ງຮູ້...ຍີ່ງໄດ້ປະໂຫຍດ...!!! ສາລະພັດປະໂຫຍດ..ຈາກ " ເຂົ້າກ່ອງ..ງອກ " ຖືເປັນນະວັດຕະກຳໜື່ງທີ່ກຳລັງໄດ້ຮັບຄວາມນິຍົມ..ຢ່າງຫຼາຍ..???

ເຂົ້າກ່ອງງອກມັນແມ່ນຫຍັງ?
ເຂົ້າກ່ອງງອກຫຼືເຂົ້າກ່ອງປົ່ງພາສາບ້ານເຮົາ (germinated brown riceຫຼືGABA-rice)ເຊີ່ງເປັນນະວັດຕະກຳໜື່ງທີ່ກຳລັງໄດ້ຮັບຄວາມນິຍົມເນື່ອງຈາກເຂົ້າກ່ອງງອກ(germinated brown rice) ເປັນການນຳເຂົ້າມາຜ່ານຂະບວນການງອກ ເຊີ່ງໃນປົກກະຕິໃນຕົວຂອງເຂົ້ານັ້ນປະກອບດ້ວຍສານອາຫານຈຳນວນຫຼາຍເຊັ່ນ:


ໄຍອາຫານ,ກົດໄຟຕິກ(Phytic acid), ວິຕາມີນ ຊີ , ວິຕາມີນ ອີ ແລະ GABA (gamma aminobutyric acid)ເຊີ່ງປ້ອງກັນໂລກພະຍາດຕ່າງໆເຊັ່ນ: ມະເຮັງ , ເບົາຫວານ , ແລະຊ່ວຍໃນການຄວບຄຸມນ້ຳໜັກເປັນຕົ້ນ.
  ເມື່ອນຳເອົາເຂົ້າກ່ອງມາແຊ້ນ້ຳຈະເຮັດໃຫ້ມີສານອາຫານເພີ່ມຂື້ນໂດຍສະເພາະGABA ນອກຈາກນີ້ຍັງໄດ້ປະໂຫຍດປະລິມານອາຫານທີ່ສູງຂື້ນ ຮັບປະທານງ່າຍ


* ຄຸນປະໂຫຍດຂອງຂອງກ່ອງງອກ
1. ມີສານຕ້ານອະນຸມູນອິດສະຫຼະ ກຸ່ມ ຟີໂນລີນ(phenolic compounds) ຊ່ວຍຢັບຢັ້ງການການ ຝ່າ ຊະລໍຄວາມເຖົ່າ.


2. ມີສານອໍລີຊານອນ (orizanal) ຊ່ວຍຄວບຄຸມລະດັບຫຼຸດອາການຜິດປົກກະຕິຂອງໄວທອງ.
3. ມີສານກາບາ(GABA) ຊ່ວຍປ້ອງກັນໂລກອັນໄຊເມີ່(ຄວາມຈຳເສື່ອມ)ຊ່ວຍຜ່ອນຄາຍເຮັດໃຫ້ຈິດໃຈສະຫງົບ ລັບສະບາຍ ຫຼຸດຄວາມຄຽດແລະຄວາມດັນເລືອດ,


4. ມີໃຍອາຫານ(food fiber) ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ປ້ອງກັນມະເຮັງລຳໄສ້ແລະຫຼຸດອາການທ້ອງຜູກທ້ອງເຟີ້
5. ມີວິຕາມີນ ອີ (vitamin E) ຫຼຸດການຫ່ຽວຢ່ອນຂອງຜີວໜັງ


* ວິທີເຮັດນ້ຳເຂົ້າກ່ອງງອກແບບງ່າຍໆມີຂັ້ນຕອນດັ່ງນີ້:
ເລີ່ມຈາກເມັດເຂົ້າໃໝ່ໆ 100ກຼາມ ຫຼື 1 ຂີດ ເອົາມາຊາວລ້າງນ້ຳເອົາຄາຍອອກ ແລ້ວນຳໄປແຊ້ນ້ຳປະມານ 1 ລິດ ປະໄວ້ປະມານ 5-6 ຊົ່ວໂມງ ກໍ່ຈະເກີດຕຸ່ມງອກສີຂາວອອກມາ ຈາກນັ້ນໃຫ້ເອົາຂື້ນມາຕາກແດດໃຫ້ແຫ່ງ ແລ້ວນຳໄປຕົ້ມໃຊ້ໄຟກາງໃຫ້ຝົດແຕ່ຢ່າໃຫ້ຝົດຫຼາຍເກີນໄປ ເພາະສານກາບາຈະຖືກທຳລາຍ ໃຫ້ຝົດພໍດີປະມານ 15-20 ນາທີ
ຈາກນັ້ນນຳຜ້າຂາວບາງຕອງເອົານ້ຳມາດື່ມ ເພີ່ມລົດຊາດດ້ວຍເກືອຈະເພີ່ມຄວາມແຊບທັງໝົດນີ້ເປັນສູດຈາກສູນວິໄຈພັນເຂົ້າປະທຸມທານີ


* ການຫຸງເຂົ້າກ່ອງງອກໃຫ້ໄດ້ລົດຊາດແຊບ
ນຳເຂົ້າກ່ອງງອກໄປແຊ້ນ້ຳປະມານ1ຊົ້ວໂມງ ໃຫ້ເມັດເຂົ້າບານອອກເລັກນ້ອຍຫຼັງຈາກນັ້ນກໍ່ນຳໄປຫຸງທັນທີ່ຈະເຮັດໃຫ້ເມັດເຂົ້ານຸ່ມ ໜ້າຮັບປະທານຈະເຮັດໃຫ້ສານ ກາບາ ຖືກທຳລາຍ 40 % ສ່ວນທີ່ເຫຼືອເຂົ້າຮ່າງກາຍລ້ວນໆຈະເພີ່ມຄຸນຄ່າສານອາຫານຂື້ນອີກ10ເທົ້າຕົວ





ທີ່ມາ: health update
-----------------------------------------
ສຸຂະພາບ ອັບເດດ | Health Update 

ไม่มีความคิดเห็น

ขับเคลื่อนโดย Blogger.