Header Ads

Header ADS

ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ມອບເຄື່ອງໃຫ້ 3 ບ້ານ ທີ່ເມືອງວຽງຄໍາ

   
ຫຼວງພະບາງ: ດ້ວຍຄວາມເປັນຫ່ວງ ເປັນໄຍຂອງພັກ ແລະ ລັດ ໂດຍສະເພາະກໍແມ່ນພະແນກສາທາລະນະສຸກແຂວງຫຼວງພະບາງ ຕໍ່ພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ຢູ່ເຂດຊົນນະບົດ ແລະ ຄອບຄົວທີ່ມີຄວາມທຸກຍາກ ສະນັ້ນໃນລະຫວ່າງ ວັນທີ່ 14-15 ທັນວາ 2017 ຜ່ານມານີ້ ທ່ານ ດຣ ອໍາພອນ ພະລາມມີໄຊ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງພ້ອມດ້ວຍທີມງານໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນຢູ່ທີ່ສຸກສາລາປ່າໄຜ່ ແລະ ນໍາເອົາເຄື່ອງນຸ່ງ, ຜ້າຮົ່ມ ແລະ ມຸ້ງ ຈໍານວນໜຶ່ງໄປມອບຊ່ວຍເຫຼືອຄອບຄົວທີ່ທຸກຍາກໃນຈໍານວນ 38 ຄອບຄົວຂອງ 3 ບ້ານ ຄື ບ້ານວຽງທອງ, ບ້ານສົບເຮືອງ ແລະ ບ້ານຕຸ່ມມິ່ງ ລວມມຸນຄ່າ 6.000.000ກ່ວາກີບ. ໂອກາດນີ້ຍັງໄດ້ເຂົ້າພົບປະການນໍາຂອງເມືອງ ແລະ ຄະນະກໍາມະການເພື່ອແມ່ ແລະ ເດັກຂັ້ນເມືອງຕະຫຼອດເຖິງພະນັກງານແພດໝໍພາຍໃນຫ້ອງການສາທາລະນະສຸກເມືອງວຽງຄໍາ.




    ໃນໂອກາດດັ່ງກ່າວ ທ່ານ ດຣ ອໍາພອນ ພະລາມມີໄຊ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ມອບອຸປະກອນການແພດໃຫ້ແກ່ຫ້ອງການສາທາລະນະສຸກເມືອງໄດ້ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະເພື່ອແກ້ໄຂກໍລະນີສຸກເສີນຄື: ເຄື່ອງປະຖົົ່ມພະຍາບານ1 ເຄື່ອງ,ປະລັງກາ ຫາມຄົນເຈັບ 1 ເຄື່ອງ,ເຄື່ອງປິດເລືອດ 1 ເຄືອງ ລວມມຸນຄ່າທັງໝົດ 21,000,000 ກີບ.


ຂ່າວ: ສາຄອນ ເຮີ່ ນັກຂ່າວພະແນກສາທາລະນະສຸກແຂວງ

ไม่มีความคิดเห็น

ขับเคลื่อนโดย Blogger.