Header Ads

Header ADS

3 ເຊື້ອພະຍາດ " ໄວຣັດ " ທີ່ຮຸກຮານ ມະນຸດ ຫຼາຍທີ່ສຸດໃນໂລກ ແລະ ເສຍຊີວິດຫຼາຍທີ່ສຸດໃນທຸກໆປີ


* ເຊື້ອພະຍາດໄວຣັດສີກາ

ໃນຊ່ວງສອງປີທີ່ຜ່ານມາຈຳນວນເດັກນ້ອຍທີ່ເກີດໃໝ່ອອກມາພ້ອມກັບຄວາມຜິດປົກກະຕິຂອງຂະໜາດຫົວທີ່ນ້ອຍຫຼາຍ ໄດ້ເພີ່ມຂື້ນໃນອາເມລິກາໃຕ້ ສະແດງໃຫ້ເຫັນວ່າເຊື້ອໂລກໄວຣັດສີກາຮ້າຍແຮງກ່ວາທີ່ຄິດໄວຣັດສີກາ ກຳເນີດຂື້ນໃນອຸກັນດາ ເມືອ 60 ກ່ວາປີທີ່ແລ້ວ ໂດຍລະບາດຜ່ານ(ຍຸງ) ທີ່ເປັນພາຫະນະນຳເຊື້ອ ແລະທາງເພດສຳພັນ ເຊື້ອໄວຣັດ ຊະນິດນີ້ໄດ້ແຜລະບາດໃນປະເທດເບຼຊິນ


Dr. Anthony Costello ແຫ່ງອົງການອານາໄມໂລກ ກ່າວວ່າ ແມ້ຈະມີເດັກນ້ອຍພຽງຄົນດຽວ ກໍ່ສາມາດສົ່ງຜົນກະທົບຢ່າງມະຫາສານຕໍ່ສັບພະຍາກອນໃນຊຸມຊົນ ແລະກະທົບຕໍ່ການດູແລຂອງຄອບຄົວ. 
ເຂົາກ່າວອີກວ່າສາທາລະນະສຸກຍັງກັງວົນຫຼາຍໃນການແກ້ໂລກ ໃນຊ່ວງ 2 ປີທີ່ຜ່ານມາເຊື້ອໄວຣັດສີກາລະບາດແລ້ວໃນ 69 ປະເທດທົ່ວໂລກ ແນະນຳຜູ້ຍີງບໍ່ໃຫ້ເດີນທາງໄປໃນພື້ນທີ່ລະບາດຂອງໂລກ ຫຼີກລ້ຽງບໍ່ໃຫ້ຍູງກັດ ຕອນນີ້ຍັງບໍ່ມີວັກຊີນປ້ອງກັນເຊື້ອໄວຣັດສີກາ ແຕ່ຄາດວ່າຈະໃຫ້ມີໃນປີ2018


  * ເຊື້ອພະຍາດໄວຣັດໂປລີໂອ

    ໃນ ໄນຈີເຣຍ ພົບວ່າເຊື່ອໄວຣັດໂປລີໂອ ໄປລະບາດອີກໃນຕອນເໜືອຂອງປະເທດ ເຊີ່ງເປັນພື້ນທີ່ເສຍຫາຍຈາກຄວາມຄັດແຍ້ງທາງອາວຸດປັນຫາດັ້ງກ່າວນື້ເຮັດໃຫ້ເດັກນ້ອຍ ໃນພື່ນທີ່ບໍ່ໄດ້ຮັບວັກຊີນປ້ອງກັນໂລກນີ້ໄດ້ໝົດທູກຄົນ ການຕິດເຊື່ອໂລກໃໝ່ໄດ້ລຸດລົງເຖີງ 99 %ຕັ້ງແຕ່ປີ1988 ເປັນຕົ້ນມາ ຈາກ 350000 ຄົນເຫຼືອສາມສິບກ່ວາຄົນ

 * ເຊື່ອພະຍາດໄວຣັດ HIV ຫຼືໂລກເອດສ໌

Dr. Anthony Fauci ໃນສະຖາບັນສາທາລະນະສຸກແຫ່ງຊາດ ຂອງສາຫະລັດໄດ້ປະກາດເລີ່ມຕົ້ນການທົດສອບ ວັກຊີນປ້ອງກັນເຊື່ອເອດສ໌.  ນອກນັ້ນເພິ່ນຍັງ ກ່າວວ່າປະຈຸບັນນີ້ການປະສົມປະສານຢາບຳບັດເອດສ໌ ໃຫ້ຜູ້ຕິດເຊື່ອຢູ່ໄດ້ດົນຂື່ນ ໂດຍສະເພາະຜູ້ຕິດເຊື້ອອາຍຸປະມານ 20 ປີແລະໄດ້ຮັບການບຳບັດ ເຊີ່ງເປັນໄປໄດ້ວ່າ ຜູ້ຕິດເຊື້ອເຫຼົ່ານີ້ຈະມີອາຍຸໄປອີກ 50 ປີHIV ຫຼືເອດສ໌ ເປັນໄວຣັດທີ່ເຮັດໃຫ້ຄົນຕິດເຊື່ອໄປແລ້ວທົ້ວໂລກຫຼາຍກ່ວາ 70 ລ້ານຄົນແລະເຮັດໃຫ້ຄົນເສຍຊີວິດໄປແລ້ວ 35 ລ້ານຄົນ


ທີ່ມາ: http://www.sanook.com

ไม่มีความคิดเห็น

ขับเคลื่อนโดย Blogger.