Header Ads

Header ADS

ກະແສໃບປະກາດແດງມາອີກ..!!! ຟັງຄຳຄິດເຫັນຈາກ ທ້າວ ບຸນຕາ ບຸຜາວົງ ອະດີດນັກສຶກສາໃບປະກາດແດງ


           ໃນແຕ່ລະປີມີນັກສຶກສາໃບປະກາດແດງທີ່ຈົບຈາກສະຖາບັນຕ່າງໆນັບເປັນຈໍານວນຫຼາຍສົມ ຄວນ ແຕ່ໃນມື້ນີ້ເຮົາມາຮູ້ຈັກກັບອະດີດນັກສຶກສາໜຸ່ມພາກໃຕ້ຄົນນີ້ກັນດີກວ່າ ເຊິ່ງອາດຈະສົ່ງຜົນດີ ຕໍ່ນັກຮຽນ-ນັກສຶກສາລຸ້ນສືບສາມາດຖອດຖອນບາງສິ່ງຢ່າງນໍາໄປໃຊ້ເປັນຄະຕິໃຫ້ກັບຕົນເອງໄດ້.

        ທ້າວ ບຸນຕາ ບຸຜາວົງ ອາຍຸ ສຳເລັດການສຶກສາປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ພາກວິຊາວິທະຍາສາດຄອມພິວເຕີ ສາຂາວິທະຍາສາດຄອມພິວເຕີ ເຊິ່ງເປັນ 1 ໃນ 7 ຄົນທີ່ໄດ້ຮັບໃບປະກາສະນີຍະບັດກຽດນິຍົມຄະແນນສະເລ່ຍ 3.91 ອັນດັບໜຶ່ງຂອງພາກວິຊາດັ່ງກ່າວສົກປີ 2016-2017 ຜ່ານມາ.

           ບຸນຕາ ບຸຜາວົງ ໃຫ້ສຳພາດວ່າ: ຕະຫຼອດໄລຍະການຮຽນຂອງຂ້າພະເຈົ້າຕັ້ງແຕ່ປະຖົມຈົນຮອດມັດທະຍົມແມ່ນໄດ້ມີຄວາມເອົາໃຈໃສ່ມາໂດຍຕະຫຼອດ ແລະ ອີງໃສ່ເງື່ອນໄຂຂອງຄອບຄົວແມ່ນ ໃຫ້ການສະໜັບສະໜູນ-ສົ່ງເສີມຢູ່ແລ້ວຕົນເອງຈິ່ງມີຄວາມມຸ່ງໝັ້ນບໍ່ທໍ້ຖອຍ.

    

        ໄລຍະຮຽນມັດທະຍົມຕອນຕົ້ນຢູ່ ມສ. ບ້ານບຸ່ນໃໝ່ ເມືອງປະທຸມພອນ ແຂວງຈຳປາສັກ ເຄີຍໄປເສັງນັກຮຽນເກັ່ງຂັ້ນແຂວງແຕ່ໂຊກບໍ່ດີປານໃດເສັງບໍ່ຕິດລະດັບ. ພໍຈົບ ມ4 ກໍເສັງໄດ້ເສັງເຂົ້າໂຮງຮຽນພອນສະຫວັນມິດຕະພາບຈຳປາສັກ-ເລີ່ມດົງ ເມືອງປາກເຊ ແຂວງຈຳປາສັກ. ໃນໄລຍະນັ້ນກໍຍິ່ງເພີ່ມທະວີຄວາມຕັ້ງໃຈຄົ້ນຄວ້າຮ່ຳຮຽນທີ່ສຸດເພາະໂຮງຮຽນດັ່ງກ່າວແມ່ນມີມາດຕະຖານໃນການຮຽນ-ການສອນທີ່ຂ້ອນຂ້າງແຂງ, ຄູອາຈານແຕ່ລະທ່ານກໍລ້ວນແຕ່ມີຄວາມຮູ້-ຄວາມສາມາດ ແລະ ປະສົບການ ມີເຕັກນິກວິຊາການໃນການຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນໄດ້ເປັນຢ່າງດີ; ຜົນການຮຽນໃນໄລຍະນັ້ນກໍຖືວ່າຢູ່ໃນລະດັບດີ, ທັງໄດ້ເປັນອາສາສະໝັກໃນໂຄງການ “ອ້າຍຊ່ວຍນ້ອງ” ເຊິ່ງເປັນໂຄງການທີ່ໄປຊອກຫານັກຮຽນແຕ່ລະໂຮງຮຽນທີ່ຢູ່ໃນເມືອງປາກເຊ ແຂວງຈຳປາສັກ ທີ່ມີຄວາມສົນໃຈຢາກຮຽນບຳລຸງໃນວິຊາທີ່ຕົນເອງມັກມາບຳລຸງໃນໂຮງຮຽນ. ເຊິ່ງຕອນນັ້ນຂ້າພະເຈົ້າແມ່ນໄດ້ເປັນຜູ້ສອນບຳລຸງໃນວິຊາຟີຊິກສາດ (ສອນແບບສະໝັກໃຈ) ເປັນການບຳລຸງໃຫ້ເພື່ອນນັກຮຽນແບບບໍ່ໄດ້ເສຍເງິນຈ່າຍຄ່າຮຽນເພາະເປັນຄວາມເຕັມໃຈຂອງຕົນເອງ ແລະ ມັນກໍເປັນຄວາມສຸກອີກຢ່າງໜຶ່ງທີ່ໄດ້ແບ່ງປັນຄວາມຮູ້ໃຫ້ຄົນອື່ນໆຈົນໄດ້ເສັງຈົບ ມ.7 ໃນຄະແນນລະດັບຕົ້ນໆຂອງແຂວງຈິ່ງໄດ້ຮັບທຶນການສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.


       ໃນລະຫວ່າງທີ່ເຂົ້າສຶກສາຢູ່ມະຫາວິທະຍາໄລແຫ່ງຊາດປີ 1 ກໍຍັງງົງໆກັບຕົນເອງຢູ່ວ່າ ມາຮຽນຫຍັງສາຍນີ້? ແຕ່ພໍຜ່ານໄປກໍເລີ່ມມີໝູ່ເພື່ອນໃໝ່ຮູ້ຈັກຮັກແພງກໍມີກໍາລັງໃຈສູ້ຕໍ່ ແລະ ສຶກສາໄດ້ ໄລຍະໜຶ່ງກໍເຫັນວ່າໄປໄດ້ດີ ພ້ອມຍັງໄດ້ສອນພິເສດໃຫ້ໝູ່ໃນວັນເສົາ-ວັນອາທີດ. ຕໍ່ມາປີທີ 2 ກໍໄດ້ຮຽນຮູ້ຫຼາຍໆສິ່ງເພີ່ມຂຶ້ນທັງຄວາມຮູ້ວິຊາການ ແລະ ການດຳລົງຊີວິດ ໃນທີ່ສຸດກໍມັກໃນສາຂາວິຊາທີ່ຕົນສຶກສາ.
       ບຸນຕາ ບອກອີກວ່າ: ຕະຫຼອດໄລຍະທີ່ໃຊ້ຊີວິດໃນຮົ້ວມະຫາວິທະຍາໄລສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ປະຕິບັດມາຕະຫຼອດນັ້ນກໍຄື: ການແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນອື່ນດ້ວຍຄວາມຈິງເພາະຂ້າພະເຈົ້າເຊື່ອວ່າ: “ຄວາມຮູ້ຈະຢູ່ກັບຄົນເຮົາດົນໄດ້ກໍຕໍ່ເມື່ອເຮົາໄດ້ແບ່ງປັນ ແລະ ໝັ່ນຄົ້ນຄວ້າຢູ່ຕະຫຼອດ”. ການຖ່າຍທອດບົດຮຽນໃຫ້ໝູ່ຄູ່ ແລະ ນັກສຶກສາລຸ້ນນ້ອງ ມັນກໍເປັນຄວາມສຸກຢ່າງບອກບໍ່ຖືກ. ໃນລະຫວ່າງທີ່ສຶກສາຢູ່ຄະນະວິທະຍາສາດມະຊາດກໍໄດ້ຮຽນຮູ້ຫຼາຍໆຢ່າງພ້ອມທັງນຳໃຊ້ຄວາມຮູ້ທີ່ຕົນມີຮັບໃຊ້ສັງຄົມເຊັ່ນ: ການສ້າງແອັບພລີເຄຊັນຜ່ານລະບົບປະຕິບັດການແອນດຣອຍ “Lao Quiz” ເຊິ່ງເປັນແອັບຖາມ-ຕອບຄວາມຮູ້ຮອບຕົວ, ການຂຽນ Blog ແລະ ບົດຄວາມກ່ຽວກັບບົດຮຽນໃນ Blog: www.btbcs.blogspot.com ແລະ ໄດ້ສ້າງໂປຣແກຣມລະບົບຄຸ້ມຄອງບຸກຄະລາກອນໃຫ້ແກ່ຄະນະວິທະຍາສາດທຳມະຊາດ.




       ຫຼັງຈົບການສຶກສາ ທ້າວ ບຸນຕາ ກໍກໍສະໝັກເຂົ້າເຮັດວຽກຢູ່ທະນາຄານລາວ-ຫວຽດ ແລະ ຂະນະດຽວກັນລາວເອງກໍກະກຽມທີ່ຈະສຶກສາຕໍ່ປະລິນຍາໂທທີ່ສະຖາບັນເທັກໂນໂລຊີ ສີຣິນທອນ ມະຫາ ວິທະຍາໄລທຳມະສາດ (ປະເທດໄທ).


ແຫລ່ງຂ່າວ : ເສດຖະກິດ-ການຄ້າ

ไม่มีความคิดเห็น

ขับเคลื่อนโดย Blogger.