Header Ads

Header ADS

ສະຫະ​ພັນ​ກຳມະບານ ສະເໜີ​​ລັດຖະບານ​ພິຈາລະນາ​​ຂຶ້ນ​ຄ່າ​ແຮງ​ຂັ້ນ​ຕ່ຳ ​ຈາກ 900.000 ກີບ ເປັນ 1.200.000 ກີບຕໍ່ເດືອນ


     ອີງຕາມການລາຍງານຂອງໜັງສືພິມ ວຽງຈັນໃຫມ່ສພບັບວັນທີ5 ມັງກອນ2018 ໃຫ້ຮູ້ວ່າ: ສູນ​ກາງ​ສະຫະພັນ​ກຳມະບານລາວ ຖື​ເປັນ​ອົງ​ການຈັດຕັ້ງ​ໜຶ່ງ​ທີ່ສຳຄັນ​ຂອງ​ພາກ​ລັດ ມີໜ້າ​ທີ່ ແລະ ພາລະ​ບົດບາດ​ໃນ​ການ​ປົກປ້ອງ​ສິດ ແລະ ຜົນ​ປະໂຫຍດ​ອັນຊອບ​ທຳ​ຂອງ​ກຳມະກອນ ຊາວຜູ້​ອອກແຮງ​ງານ ປັດຈຸບັນ ລະບົບ​ການຈັດຕັ້ງ​ຂອງ​ສະຫະພັນ​ກຳມະບານ​ລາວ ມີ 18 ສະຫະພັນ ກຳມະບານ​ແຂວງ ແລະ ນະຄອນຫຼວງ 38 ສະຫະພັນ​ກຳມະບານ ກະຊວງ ແລະ ອົງການ 148 ສະຫະ​ພັນ​ກຳມະບານ​ເມືອງ 3.974 ກຳມະບານ​ຮາກ​ຖານ ໃນ​ນີ້​ຂະຫຍາຍ​ໃໝ່ 217 ຮາກ​ຖານ ມີ 7.703 ໜ່ວຍ​ກຳມະບານ ຂະຫຍາຍ​ໃໝ່ 466 ໜ່ວຍ ເຮັດ​ໃຫ້ທົ່ວ​ປະເທດ​ມີ​ສະມາຊິກ​ກຳ​ມະບານ​ທັງ​ໝົດ 214.168 ສະຫາຍ ຍິງ 97.316 ສະຫາຍ ທຽບໃສ່​ປີ 2016 ເພີ່ມ​ຂຶ້ນ 3,22%.

      ປີ 2017 ສູນ​ກາງ​ສະຫະພັນກຳມະບານ​ລາວ ໄດ້​ເອົາໃຈໃສ່ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ປະຕິບັດວຽກ​ງານ​ໂຄສະນາ​ສຶກ​ສາ​ອົບຮົມ​ແນວ​ຄິດ-ການເມືອງ​ ໃຫ້​ແກ່​ສະມາ​ຊິກ​ກຳມະບານ​ທຸກ​ຂັ້ນ ເຮັດໃຫ້​ເຂົາເຈົ້າ​ກຳ​ແໜ້ນ ພາລະ​ບົດບາດ ສິດ ແລະ ໜ້າທີ່​ຂອງ​ກຳມະ​ບານ​ລາວ ຕະຫຼອດ​ຮອດ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດວາງ​ອອກ ເປັນ​ເຈົ້າ​ການ​ກໍ່ສ້າງ ບຳລຸງ​ພະນັກງານ ແລະ ສະ​ມາຊິກ​ກຳມະບານ ເພື່ອ​ຍົກ​ລະດັບຄວາມ​ຮູ້​ຄວາມ​ສາມາດ ໂດຍຜ່ານ​ການ​ເຝິກອົບຮົມ​ໃນ​ຮູບ​ແບບຕ່າງໆ ທັງ​ພາຍ​ໃນ-ຕ່າງປະເທດ ຢ່າງ​ເປັນ​ປົກກະຕິ
     ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ໄດ້​ເອົາໃຈໃສ່​ເປັນ​ພິເສດ ໃນ​ການ​ປະຕິບັດວຽກ​ງານ​ປົກ​ປ້ອງ​ສິດ ແລະ ຜົນປະໂຫຍດ​ອັນ​ຊອບ​ທຳ​ຂອງ​ຜູ້​ອອກແຮງ​ງານ ໂດຍ​ກຳມະບານ​ແຕ່ລະ​ຂັ້ນ​ໄດ້​ເຂົ້າ​ຮ່ວມ​ປະກອບ​ຄຳເຫັນ​ໃສ່​ບັນດາ​ນິຕິ​ກຳ​ຕ່າງໆ ​ທີ່ກ່ຽວຂ້ອງ​ກັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ກຳ​ມະບານ ກຳມະກອນ ແລະ ຊາວ​ຜູ້ອອກແຮງ​ງານ ຊຸກຍູ້ ແລະ ນຳພາ​ສ້າງສັນ​ຍາ​ແຮງ​ງານ​ລວມ​ໝູ່ໄດ້ 31 ແຫ່ງ (ເຮັດ​ໃຫ້​ທົ່ວ​ປະເທດມີ​ສັນຍາ​ແຮງ​ງານ​ລວມ​ໝູ່​ທັງໝົດ 521 ແຫ່ງ) ສັນຍາ​ແຮງງານ​ບຸກຄົນ 5.699 ຄົນ ຮັບ​ຄຳຮ້ອງທຸກ ແລະ ໄກ່​ເກ່ຍ​ແກ້​ໄຂ​ຂໍ້ຂັດ​ແຍ່ງ​ແຮງ​ງານ 75 ສະບັບ ທວງ​ເງິນ​ຄ່າ​ແຮງ​ໃຫ້​ກຳມະກອນ 325 ຄົນ ເປັນ​ເງິນ​ກວ່າ 500 ລ້ານ​ກີບ ສືບຕໍ່​ຂຶ້ນ​ທະບຽນ​ກຳ​ມະກອນ​ໄດ້ 7.972 ຄົນ ຍິງ 3.471 ຄົນ ອັນ​ເຮັດ​ໃຫ້​ທົ່ວ​ປະເທດ​ມີ​ກຳມະກອນ​ຂຶ້ນ​ທະບຽນ​ແລ້ວ ຈຳນວນ 61.557 ຄົນ.


      ພ້ອມ​ດຽວ​ກັນ​ນັ້ນ ສູນ​ກາງ​ສະຫະ​ພັນ​ກຳມະບານ ຍັງ​ເປັນ​ເຈົ້າການ​ສະເໜີ​ໃຫ້​ຄະນະ​ກຳມະການ 3 ຝ່າຍ ພິຈາລະນາ ແລະ ນຳສະເໜີ​ໃຫ້​ລັດຖະບານ​ພິຈາລະນາ​ອະນຸມັດ​ຂຶ້ນ​ຄ່າ​ແຮງ​ຂັ້ນ​ຕ່ຳ ​ໃຫ້ແກ່​ຜູ້​ອອກແຮງ​ງານ​ໃນ​ຂົງເຂດ​ວິ​ສາ​ຫະ​ກິດ​ຈາກ 900.000 ກີບ/ເດືອນ ເປັນ 1.200.000 ກີບ/ເດືອນ (ປັດຈຸບັນ​ການ​ສະເໜີ​ດັ່ງກ່າວ ​ພວມ​ຢູ່​ໃນ​ຂັ້ນ​ຕອນ​ພິ​ຈາລະນາ​ຂອງ​ລັດຖະບານ) ສູນ​ກາງ​ສະຫະ​ພັນ​ກຳມະບານ ໄດ້​ເປີດ​ນຳໃຊ້​ເບີໂທລະສັບ​ສາຍ​ດ່ວນ 1512 ນັບ​ແຕ່​ເດືອນ ກໍລະກົດ 2017 ເປັນຕົ້ນ​ມາ ເພື່ອ​ເປີດ​ໂອກາດ​ໃຫ້ຊາວ​ຜູ້​ອອກແຮງ​ງານ​ໄດ້​ສອບຖາມ​ບັນຫາ​ຕ່າງໆ​ກ່ຽວ​ກັບ​ບັນຫາ​ແຮງ​ງານ.




ທີ່ມາ: laoupdate

ไม่มีความคิดเห็น

ขับเคลื่อนโดย Blogger.