Header Ads

Header ADS

ບໍ່ເສຍເວລາພໍທໍ່ໃດທີ່ຈະອ່ານ...!!! 4 ໂລກພະຍາດທີ່ຮ້າຍແຮງ ແຊງທາງໂຄ້ງ ພະຍາດຕິດຕໍ່ທາງເພດສຳພັນ !! ມາແຮງທີ່ສຸດໃນປະຈຸບັນ ພົບຫຼາຍກວ່າ HIV ອີກດ້ວຍ??




* ໂລກຕິດຕໍ່ທາງເພດສຳພັນ ບໍ່ໄດ້ມີພຽງໂລກເອດເທົ່ານັ້ນ ແຖມຍັງພົບຈຳນວນເພີ່ມຂື່ນທຸກປີ ຈາກຜົນສະຫຼຸບລາຍງານການເຝົ່າລະວັງການລະບາດວິທະຍາ ປະຈຳປີ 2014 ຈາກສຳນັກລະບາດວິທະຍາ ການຄວບຄຸມໂລກກະຊວງສາລະນະສຸກພັບວ່າ ໂລກຕິດຕໍ່ທາງເພດສຳພັນທີ່ສຳຄັນມີ 5 ໂລກໄດ້ແກ້


1. ຊີຟີລີດສ໌
ອາການ ມີຕຸ່ມແດງແຕກອອກເປັນແຜ ທີ່ອະໄວຍະວະເພດ ຫຼື ອາດພົບທີ່ອັນທະ ທະວານໜັກ ຊ່ອງຄອດຫຼືຮີມປາກ ແຜອາດຈະເຈັບແລະດີເອງພາຍໃນ 1-5 ອາທິດ ແຕ່ເຊື້ອຍັງຢູ່ໃນກະແສເລືອດ ຫາກປ່ອຍຕໍ່ໄປ ອາດມີຜືນສີນ້ຳຕານ ຂື້ນຕາມຝາມື ຝາຕີນ ແຕ່ບໍ່ຄັນ ຂື້ນຕາມ ສັກກະແລ້(ຮັກແຮ້)ທະວານໜັກ ແລະ ຂາໜີບ


2. ໜອງໃນ
ມີອາການ ຄັນເຄືອງທີ່ທໍ່ປັດສະວະ ປວດແສບເມື່ອຖ່າຍເບົາ ມີໜອງສີເຫຼືອງໄຫຼອອກມາຈາກທໍ່ປັດສະວະ ຖ້າຫາກຜູ້ຍີງອາດມີການຕົກຂາວ


 3. ໜອງໃນທຽມ
ມີອາການ ອັກເສບຂອງທໍ່ປັດສະວະ ທີ່ເກີດເຊື້ອໂລກທີ່ບໍ່ແມ່ນໜອງໃນແທ້ ອາການທີ່ພົບ ຄ້າຍຄືໂລກໜອງໃນຄືມີໜອງໄຫຼອອກມາຈາກອະໄວຍະວະ ແລະປວດແສບຮ້ອນເມື່ອຖ່າຍເບົາ ຜູ້ຊາຍອາດປວດທີ່ອະໄວຍະວະເພດ ຜູ້ຍີງອາດຖ່າຍເບົາຄັດໆຫຼືຕົກຂາວປວດທ້ອງນ້ອຍແລະເລືອດອອກເມື່ອມີເພດສຳພັນ


4. ຝີໝາກມ່ວງ
ອາການ ມີແຜຕາມອະໄວຍະວະເພດ ແລະ ຕ່ອມນ້ຳເຫຼືອງທີ່ຂາໜີບ ມີໜອງໄຫຼອອກມາຈາກອະໄວຍະວະ ນອກຈາກນີ້ຍັງມີອາການທໍ່ປັດສະວະອັກເສບແລະເລືອດອອກທາງຮູທະວານໜັກເມື່ອເບັ່ງອຸດຈະລະ




ທີ່ມາ: ສຸຂະພາບ ອັບເດດ | Health Update 

ไม่มีความคิดเห็น

ขับเคลื่อนโดย Blogger.