Header Ads

Header ADS

ພີເອັສ PS ສ້າງຄວາມເສຍຫາຍຫຼາຍກວ່າ 800 ຕື້!​ ຂໍ້ມູນລາຍງານເບື້ອງຕົ້ນຈາກ ຜູ່ເສຍຫາຍ


ຈາກເຫດການຄະດີ ຂອງ ບໍລິສັດ ພີເອັສ PS ທີ່ ທາງປະທານບໍລິສັດ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ພ້ອມຄະນະ 11 ຄົນ ຖືກຈັບກຸ່ມ ໃນເດືອນ ກັນຍາ 2017 ຜ່ານມາ ໃນຂໍ້ຫາສໍ້ໂກງ ເງິນປະຊາຊົນ ແລະ ດຳເນີນທຸລະກິດ ບໍ່ໄປຕາມ ທະບຽນທຸລະກິດ ພ້ອມທັງແອບອ້າງ ສວາຍໃຊ້ ບຸກຄົນ ໃນວົງການການເມືອງ ເພື່ອຊັກຈູງ ແລະ ຕົວະຕົ້ມ ປະຊາຊົນຈຳນວນຫຼາຍ ເຂົ້າຮ່ວມທຸລະກິດ ຕ໋ອງໂສ້ ໂດຍແຜນການຕະຫຼາດ ຕົວະຍົວະ ໃຫ້ດອກປັນຜົນສູງ.

ພາຍຫຼັງການຈັບກຸມ ບຸກຄົນທັງໝົດ ທາງໜ່ວຍງານສະເພາະກິດ ໄດ້ແຈ້ງປະກາດ ໃຫ້ຜູ່ເສຍຫາຍທົ່ວປະເທດ ໄດ້ເຂົ້າລາຍງານ ຄວາມເສຍຫາຍ ເຊິ່ງກຳນົດ ໃຫ້ລາຍງານ ໃນວັນທີ 30 ພະຈິກ 2017.

ຈາກການຮີບໂຮມຂໍ້ມູນ ໄດ້ຂໍ້ມູນ ທັງໝົດ ທີ່ມີການເຂົ້າມາລາຍງານ ແມ່ນມີຜູ້ເສຍຫາຍ ​ຫຼາຍກວ່າ່ 30 000​ ຄົນ ລວມມູນຄ່າຄວາມເສຍຫາຍ ເປັນເງິນຫຼາຍກວ່າ 800​ ຕື້ກີບ.

ທາງໜ່ວຍງານສະເພາະກິດ ລາຍງານວ່າ ບໍລິສັດ ມີຄວາມສັບສົນ ເພາະຂໍ້ມູນຕ່າງໆ ແມ່ນບໍ່ມີລະອຽດ ໂດຍສະເພາະ ບ້ວງລາຍຈ່າຍ ເອກະສານ ແມ່ນບໍ່ມີ. ທາງເຈົ້າໜ້າທີ່ສະເພາະ ກິດ ໄດ້ມີການ ປະມູນຕິລາຄາ ສິນຄ້າຕ່າງໆ ທີ່ມີຢູ່ໃນ ບໍລິສັດ ພີເອັສ ເພື່ອເກັບເງິນ ຄືນ . ແຕ່ກໍ່ເປັນໄປຊັກຊ້າ ເພາະສິນຄ້າ ສ່ວນຫຼາຍຄົນບໍ່ຢາກໄດ້. ເຖິງຢ່າງໃດ ກໍ່ດີ ການຕິດຕາມ ນຳເອົາຊັບສິນ ທີ່ຜູ່ຮ່ວມຂະບວນການ ອາດນໍາເອົາໄປ ໃຊ້ໃນທາງອື່ນ ແມ່ນຍັງຄົງດຳເນີນການ ຕໍ່ໄປ ເພື່ອຈະ ຍືດເອົາຊັບສິນ ຕ່າງໆ ຄືນມາ ເພື່ອຈະຊ່ວຍ ແກ່ຜູ່ທີ່ຕົກເປັນເຫຍື່ອ ໃນຂະບວນການຕົ້ມຕຸນນີ້.

ທາງເຈົ້າໜ້າທີ່ກ່ຽວຂ້ອງ ຈະແຈ້ງ ລາຍງານໃຫ້ຜູ່ເສຍຫາຍ ໄດ້ຮັບຊາບເປັນໄລຍະ ເຖິງຄວາມຄືບໜ້າ. ເຖິງຢ່າງໃດ ກໍ່ຕ້ອງໄດ້ໃຊ້ເວລາ ໃນການກວດກາຂໍ້ມູນຕ່າງໆ ໃຫ້ຄົບຖ້ວນ.

ไม่มีความคิดเห็น

ขับเคลื่อนโดย Blogger.