Header Ads

Header ADS

ອະດີດ CEO ລັດວິສາຫະກິດນ້ຳມັນຫວຽດນາມຖືກສອບສວນຖານທຸຈະລິດ ອາດມີໂທດປະຫານຊີວິດ

ເມື່ອວັນທີ 8 ມັງກອນ 2018 ຄອຍເຊີເວລາຍງານວ່າ ສານຫວຽດນາມເປີດການສອບສວນ ອະດີດຫົວໜ້າຜູ້ບໍລິຫານຂອງລັດວິສາຫະກິດນ້ຳມັນຫວຽດນາມແລ້ວ ໂດຍບຸກຄົນທີ່ທາງການເມືອງເຢຍລະມັນເຊື່ອວ່າ ຫວຽດນາມສົ່ງສານລັບມາລັກພາຕົວ ຈາກສວນສາທາລະນະ (ຕອນກາງເວັນ) ໃນນະຄອນຫຼວງເບີລິນ ປະເທດເຢຍລະມັນ
ຈຳເລີຍດັ່ງກ່າວຄື ທ້າວ ຈິນ ຊວນ ທານ ອະດີດຜູ້ບໍລິຫານຂອງເປໂຕຣຫວຽດນາມ ຖືກຕັ້ງຂໍຫາທຸຈະລິດ ຈົນເຮັດໃຫ້ລັດສູນເງິນເຖິງ 150 ລ້ານໂດລາ ຕະຫຼອດຈົນເຮັດໃຫ້ລັດວິສາຫະຫິດຫຼາຍແຫ່ງເກີດພາວະຂາດເງິນທຶນ ຫາກສານຕັດສິນມີຄວາມຜິດທຸກຂໍ້ກ່າວຫາ ທ້າວ ຈິນ ອາດຕ້ອງມີໂທດສູງສຸດເຖິງປະຫານຊີວິດ
ສ່ວນກໍລະນີຜູ້ຖືກຫາລາຍນີ້ເຄີຍໜີໄປທີ່ປະເທດເຢຍລະມັນເມື່ອປີ 2016 ແລະ ການທີ່ໄປລັກພາຕົວຄືນມານັ້ນ ໄດ້ສົ່ງຜົນກະທົບເຖິງຄວາມສຳພັນຂອງທັງສອງປະເທດ ໂດຍທາງການເຢຍລະມັນໄດ້ຂັບໄລ່ເຈົ້າໜ້າທີ່ທູດຫວຽດນາມສອງຄົນອອກຈາກປະເທດໃນຊ່ວງເດືອນ ສິງຫາ ແລະ ກັນຍາ ຂະນະທີ່ຫວຽດນາມຢືນຢັນວ່າ ຜູ້ຖືກຫາລາຍນີ້ຂໍມອບຕົວເອງ

ไม่มีความคิดเห็น

ขับเคลื่อนโดย Blogger.