Header Ads

Header ADS

ສະຫະພັນແມ່ຍິງ ເມືອງຫົງສາ ແລະ ເມືອງປາກແບ່ງ ພົບປະ ແລກປ່ຽນບົດຮຽນດ້ານທຸລະກິດ


ກອງປະຊຸມ ພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງ, ຄອບຄົວການນຳ, ນັກທຸລະກິດຍິງເມືອງຫົງສາ-ເມືອງປາກແບງ.

ທ້າຍອາທິດຂອງວັນທີ 5 ມັງກອນ 2017 ຜ່ານມານີ້, ສະຫະພັນແມ່ຍິງ, ຄອບຄົວການນຳ, ນັກທຸລະກິດຍິງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນ ນຳສະຫະພັນແມ່ຍິງ, ຄອບຄົວການນຳ, ນັກທຸລະກິດ ເມືອງປາກແບງ ແຂວງອຸດົມໄຊ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງໆ ຫົງສາ, ໂດຍອອກຕ້ອນຮັບຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆ ຫົງສາ ແຂວງໄຊຍະບູລີ ພ້ອມຄະນະສະຫະພັນແມ່ຍິງເມືອງ, ຄອບຄົວການນຳ, ນັກທຸລະກິດຍິງເມືອງ ແລະ ນຳພາຂະບວນມາຢ້ຽມຍາມຄັ້ງນີ້, ຂອງທ່ານ  ພັທ ຄຳນວນ ໄຊຍະວົງ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງປາກແບງ ແຂວງອຸດົມໄຊ ພ້ອມຄະນະສະຫະພັນແມ່ຍິງເມືອງ, ຄອບຄົວການນຳ, ນັກທຸລະກິດເມືອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆ ຫົງສາ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຊົມຊື່ນຕໍ່ການມາຢ້ຽມຢາມສະຫະພັນແມ່ຍິງເມືອງຂອງຄະນະຜູ້ແທນໃນຄັ້ງນີ້, ພ້ອມນັ້ນ, ທ່ານ ນາງ ແສງແກ້ວ ແສນສະຫວັດ ຮອງປະທານສະຫະພັນແມ່ຍິງເມືອງຫົງສາ ຮັກສາການແທນປະທານສະຫະພັນແມ່ຍິງເມືອງ ກໍ່ໄດ້ຂຶ້ນລາຍງານສະພາບລວມວຽກງານຮອບດ້ານ ແລະ ທີ່ຕັ້ງພາລະບົດບາດຂອງສະຫະພັນແມ່ຍິງເມືອງໂດຍຫຍໍ້ ຕໍ່ຄະນະຜູ້ແທນເມືອງປາກແບງ ແຂວງອຸດົມໄຊ. ເຊິ່ງຫ້ອງການສະຫະພັນແມ່ຍິງເມືອງຫົງສາ ມີພະນັກງານທັງໝົດ 12 ຄົນ. ໃນນີ້, ມີພະນັກງານລັດຖະກອນ 10 ຄົນ, ອາສາສະໝັກ 2 ຄົນ. ທົ່ວເມືອງມີໜ່ວຍສະຫະພັນແມ່ຍິງ 69 ໜ່ວຍ, ມີສະມາຊິກທັງໝົດ 3,292 ຄົນ, ມີ 282 ຈຸຮ່ວມຊີວິດ, ເມືອງຫົງສາ ໄດ້ປະກາດເປັນເມືອງແມ່ຍິງ 3 ດີ ໃນວັນທີ 17/05/2011 ແລະ ໄດ້ຮັບທຸງໄຊເມືອງ 3 ດີ ໃນວັນທີ 09/09/2015.



ພ້ອມນັ້ນ, ສະຫະພັນແມ່ຍິງເມືອງ ຍັງໄດ້ສ້າງແຜນຕິດພັນກັບຂະບວນການລວມຂອງເມືອງຫັນລົງສູ່ຮາກຖານ, ຕິດພັນກັບການສ້າງເອື້ອຍນ້ອງແມ່ຍິງໃຫ້ມີຄວາມຮູ້ຄວາມສາມາດ ຖືເອົາຄຸນະພາບຂອງການນຳພາເປັນກົກ ແນ່ໃສ່ຊຸກຍູ້ສົ່ງເສີມແມ່ຍິງເຂົ້າໃນການຈັດຕັ້ງສູງສຸດຂອງພັກ ໂດຍຜ່ານມາຄະນະສະຫະພັນແມ່ຍິງເມືອງ ໄດ້ນຳເອົາເອກະສານແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງ, ລະບຽບກົດໝາຍຂອງລັດທີ່ກ່ຽວພັນເຖິງແມ່ຍິງລົງໄປເຜີຍແຜ່ເຊື່ອມຊຶມໃຫ້ເອື້ອຍນ້ອງແມ່ຍິງບັນດາເຜົ່າໃນທົ່ວເມືອງ ແລະ ບຳລຸງສິດໜ້າທີ ແບບແຜນວິທີການເຮັດວຽກໃຫ້ຄະນະໜ່ວຍ ພ້ອມທັງຕີລາຄາປະເພດຕາມເນື້ອໃນຂໍ້ແຂ່ງຂັນ 3 ດີຕື່ມອີກ.




ຫຼັງຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມ ກໍ່ໄດ້ຮ່ວມຫຼິ້ນກິດຈະກຳຕ່າງໆ ເຊັ່ນ: ການແຂ່ງຂັນການດຶງເສືອກສາມັກຄີ, ການເຕະບານປະສົມຍິງ-ຊາຍ ແລະ ພ້ອມທັງສົນທະນາແລກປ່ຽນບົດຮຽນຢ່າງມີໄມຕີຈິດສະນິດສະນົມຮັກແພງສາມັກຄີແບບເອື້ອຍນ້ອງ.

ຂ່າວ: ກິດຕິສັກ ບົວໄລ

ไม่มีความคิดเห็น

ขับเคลื่อนโดย Blogger.